ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປາໄສລັດຖະບານດິຈິຕອນ ຄັ້ງປະຖົມມະລຶກ ຂອງ ຣາຊະອານາຈັກ ກໍາປູເຈຍ
02/05/2024 ~ 02/05/2024
ໃນຕອນເຊົ້າຂອງວັນທີ 11 ມີນາ 2024, ທີ່ ຫໍປະຊຸມ ແລະ ສູນວາງສະແດງ ເກາະ ເປັກ (Koh Pich Exhibition and Convention Center) ນະຄອນຫຼວງ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໄດ້ມີການຈັດງານ ກອງປະຊຸມເວທີປາໄສລັດຖະບານດິຈິຕອນ (Digital Government Forum: DGF) ຊຶ່ງ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຈັດຂຶ້ນເປັນຄັ້ງທໍາອິດໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງພະນະທ່ານ ສົມເດັດ ມະຫາ ບໍວອນທິບໍດີ ຮຸນ ມາເນັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ໄດ້ມີການເຂົ້າຮ່ວມຂອງ ການນໍາກະຊວງ, ອົງການ ສູນກາງ ແລະ ທ້ອງຖິ່ນ, ຜູ້ແທນສະຖານທູດ, ຕົວແທນນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເຈຍ ວັນເດດ, ລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ; ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ກອງປະຊຸມເວທີປາໄສລັດຖະບານດິຈິຕອນ DGF ພາຍໃຕ້ຫົວຂໍ້ "ການຂັບເຄື່ອນການພັດທະນາທີ່ຍືນຍົງ ແລະ ກວມລວມ ຜ່ານການນໍາໃຊ້ນະໂຍບາຍດິຈິຕອນ" ແລະ ເຂົ້າຮ່ວມງານວາງສະແດງເຕັກໂນໂລຊີດິຈິຕອນ (Digital Technology Exhibition) ປະຈໍາປີ 2024.
ຈຸດປະສົງຂອງກອງປະຊຸມເວທີປາໄສລັດຖະບານດິຈິຕອນໃນຄັ້ງນີ້ ກໍເພື່ອສົນທະນາວິເຄາະເບິ່ງຄວາມທ້າທາຍ ແລະ ຊອກຫາກາລະໂອກາດ, ພ້ອມຍັງແລກປ່ຽນຄວາມຮູ້ກ່ຽວກັບນະວັດຕະກໍາ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ຜ່ານມຸມມອງຂອງບັນດາຜູ້ນໍາລະດັບລັດຖະມົນຕີ, ຊ່ຽວຊານທີ່ມີຊື່ສຽງ ຈາກບັນດາປະເທດສະມາຊິກອາຊຽນ ແລະ ອົງການລະດັບໂລກ. ງານວາງສະແດງເຕັກໂນໂລຊີດິຈິຕອນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາປີ 2024 ຍັງໄດ້ນໍາສະເໜີສິນຄ້າ ແລະ ການບໍລິການ ຈາກທັງພາກລັດ ແລະ ເອກະຊົນ, ໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງການຫັນເປັນດິຈິຕອນຜ່ານນະວັດຕະກໍາຕ່າງໆໃນທົ່ວສັງຄົມ ກໍາປູເຈຍ ໃນປະຈຸບັນ.
ໃນກອງປະຊຸມດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຮຸນ ມາເນັດ ໄດ້ເນັ້ນໜັກວ່າລັດຖະບານ ຊຸດທີ 07 ຂອງ ກໍາປູເຈຍ ໄດ້ປະກາດ ຍຸດທະສາດຫ້າແຈໄລຍະທີ 01 ດ້ວຍ 5 ບຸລິມະສິດຄື: ປະຊາຊົນ, ເສັ້ນທາງ, ນ້ຳ, ໄຟຟ້າ ແລະ ເຕັກໂນໂລຊີ. ໃນນັ້ນ, ເຕັກໂນໂລຊີ ແມ່ນບຸລິມະສິດໃໝ່ທີ່ໄດ້ວາງອອກໃນ ກອງປະຊຸມໃຫຍ່ ຄັ້ງທີ V ເພື່ອສ້າງເສດຖະກິດ-ສັງຄົມດິຈິຕອນ. ລັດຖະບານກໍາປູເຈຍ ໄດ້ປະຕິບັດ ນະໂຍບາຍເສດຖະກິດ-ສັງຄົມດິຈິຕອນ 2021-2035, ນະໂຍບາຍລັດຖະບານດິຈິຕອນ 2022-2035 ແລະ ນະໂຍບາຍພັດທະນາເຕັກໂນໂລຊີການເງິນ 2023-2028. ຄະນະກຳມະການຕ່າງໆ ໄດ້ຮັບການສ້າງຕັ້ງຂຶ້ນເພື່ອປະສານສົມທົບແຕ່ລະແຜນການ ເຊັ່ນ: (1) ຄະນະກຳມະການເສດຖະກິດດິຈິຕອນ, (2) ຄະນະກຳມະການລັດຖະບານດິຈິຕອນ, ແລະ (3) ຄະນະກຳມະການຮັກສາຄວາມສະຫງົບດິຈິຕອນ. ບົນພື້ນຖານນະໂຍບາຍນີ້ ໄດ້ສ້າງວິໄສທັດໄລຍະຍາວເພື່ອສ້າງເສດຖະກິດດິຈິຕອນ ແລະ ສັງຄົມທີ່ສົດໃສ ບົນພື້ນຖານຊຸກຍູ້ການນຳໃຊ້ເຕັກໂນໂລຊີດິຈິຕອນຂໍ້ມູນຂ່າວສານ ແລະ ການປະຕິວັດທຸກດ້ານຂອງສັງຄົມທັງ ພາກລັດ ແລະ ເອກະຊົນ ເພື່ອກະຕຸ້ນການເຕີບໂຕໃໝ່ດ້ານເສດຖະກິດ ແລະ ການພັດທະນາສັງຄົມ.
ໃນງານອັນສະຫງ່າລາສີນີ້ ຄະນະຜູ້ແທນທັງສອງປະເທດ ລາວ-ກໍາປູເຈຍ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊຶ່ງຕາງໜ້າ ສປປ ລາວ ໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ຣາຊະອານາຈັກ ກໍາປູເຈຍ ໂດຍ ທ່ານ ເຈຍ ວັນເດດ, ລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຊຶ່ງມີ ພະນະທ່ານ ນາຍົກລັດຖະມົນຕີ ຮຸນ ມາເນັດ ເຂົ້າຮ່ວມເປັນສັກຂີພິຍານ.
ໃນຕອນບ່າຍຂອງວັນດຽວກັນນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາລະດັບລັດຖະມົນຕີບັນດາປະເທດ ASEAN ພາຍໃຕ້ຫົວຂໍ້ "ແບ່ງປັນຄວາມຮູ້ກ່ຽວກັບການຫັນເປັນດິຈິຕອນ". ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຫັນເປັນດິຈິຕອນ ຢູ່ ສປປ ລາວ ຊຶ່ງໄດ້ດໍາເນີນບົນ 3 ເສົາຄໍ້າຂອງການຫັນເປັນດິຈິຕອນ ຄື ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ແລະ ສັງຄົມດິຈິຕອນ. ໃນປີ 2023, ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ແຕ່ງຕັ້ງຄະນະກໍາມະການລະດັບຊາດເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ໂດຍແມ່ນ ທ່ານນາຍົກລັດຖະມົນຕີ ເປັນປະທານ, ມີ 2 ທ່ານຮອງນາຍົກລັດຖະມົນຕີ ເປັນຮອງປະທານ ແລະ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ ທັງເປັນຜູ້ປະຈໍາການ, ບັນດາທ່ານລັດຖະມົນຕີບັນດາກະຊວງ ເປັນຄະນະກໍາມະການ. ນອກຈາກນີ້, ບັນດາແຂວງທົ່ວປະເທດ ກໍມີຄະນະຫັນເປັນດິຈິຕອນຂອງຕົນເອງ ຊຶ່ງເປັນປັດໄຈສໍາຄັນໃນການຊຸກຍູ້ຂັບເຄື່ອນ ໃຫ້ແກ່ບັນດາກະຊວງ ແລະ ອົງການຈັດຕັ້ງໃນການຫັນເປັນດິຈິຕອນຂອງ ສປປ ລາວ. ນອກຈາກນັ້ນ, ສປປ ລາວ ໄດ້ຮັບຮອງ ແລະ ປະກາດໃຊ້ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດແຫ່ງຊາດ ໄລຍະ 10 ປີ (2021-2030), ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025). ໃນປີ 2023, ສປປ ລາວ ໄດ້ຮ່ວມມືກັບ ອົງການສະຫະປະຊາຊາດ ເພື່ອສໍາຫຼວດຕົວຊີ້ວັດລັດຖະບານດິຈິຕອນ (EDGI) ແລະ ເຫັນວ່າ ການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ ຢູ່ໃນລະດັບທີ່ດີຂຶ້ນ ຈາກອັນດັບ 167 ໃນປີ 2020 ມາເປັນອັນດັບ 159 ໃນປີ 2022 ຈາກທັງໝົດ 193 ປະເທດ; ປະຊາກອນຫຼາຍກວ່າ 98% ຂອງປະເທດ ສາມາດເຂົ້າເຖິງລະບົບພື້ນຖານໂຄງລ່າງໂທລະຄົມມະນາຄົມ, ໄດ້ມີການເປີດການນໍາໃຊ້ການໃຫ້ບໍລິການ 5G ໃນເຂດຕົວເມືອງໃຫຍ່, ການໃຫ້ບໍລິການ 4G ກວມເອົາ 75%, ມີປະຊາກອນຫຼາຍກວ່າ 1 ລ້ານຄົນ ທີ່ນໍາໃຊ້ທຸລະກໍາທາງການເງິນ ແລະ ທະນາຄານ, ມີຜູ້ປະກອບການໃໝ່ທາງດ້ານດິຈິຕອນ, ການຂົນສົ່ງໂລຈິດສຕິກ, ການຄ້າເອເລັກໂຕຣນິກ ແລະ ທຸລະກິດອື່ນໆເກີດຂຶ້ນຢ່າງແຜ່ຫຼາຍ, ໄດ້ເອົາໃຈໃສ່ພັດທະນາ ແລະ ນໍາໃຊ້ລະບົບບໍລິຫານ ແລະບໍລິການພາກລັດຫັນເປັນດິຈິຕອນ ເຊັ່ນ: ລະບົບຈັດການເອກະສານ e-Office, G-Share, G-Net, Gov-X, Video Conference, G-Chat, G-Helpdesk, ລະບົບການຮຽນ-ການສອນ LMOOCS ແລະ ລະບົບຂໍ້ມູນຂ່າວສານ.