11/03/2024 ~ 11/03/2024
ໃນເວລາ 15 ໂມງ 00 ນາທີ ຂອງວັນທີ 06 ມີນາ 2024, ຢູ່ທີ່ຫ້ອງປະຊຸມ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມປະມູນລາຄາຂອງໂຄງການກໍ່ສ້າງ ສູນຝຶກອົບຮົມ ໄອຊີທີ ຂອງພະ ແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ, ທັງເປັນປະທານຄະນະກຳມະການປະມູນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ອາມິດ ກຸມາ ກຣຸບຕາ ຮອງເລຂາໂທ ຕາງໜ້າສະຖານທູດອິນເດຍ ປະຈຳ ສປປ ລາວ, ມີຄະນະກຳມະການຮັບຜິດຊອບໂຄງການ ແລະ ມີຜູ້ຕາງໜ້າບັນດາ ບໍລິສັດ ຮັບເໝົາກໍ່ສ້າງເຂົ້າຮ່ວມ ຈໍານວນ 16 ທ່ານ, ຍິງ 05 ທ່ານ.
ໃນກອງປະຊຸມຄະນະຮັບຜິດຊອບໄດ້ກ່າວຈຸດປະສົງ ແລະ ລາຍງານໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຊາບ ກ່ຽວກັບລະບຽບການ, ກົດໝາຍການລົງທຶນ, ແຈ້ງການ ແລະ ຜ່ານເງື່ອນໄຂມາດຖານຂອງ ບໍລິສັດ ທີ່ເຂົ້າຮ່ວມປະມູນ ພ້ອມດ້ວຍຂັ້ນຕອນການຈັດຕັ້ງປະຕິບັດ ການປະມູນທາບທາມລາຄາໂຄງການດັ່ງກ່າວ, ເຊິ່ງມີ ບໍລິສັດ ຮັບ
ເໝົາກໍ່ສ້າງ ພາຍໃນແຂວງ ມາຊື້ ແລະ ຍື່ນຊອງປະມູນ ຈຳນວນ 04 ບໍລິສັດ, ຫຼັງຈາກນັ້ນ ກອງເລຂາການປະມູນກໍ່ໄດ້ເປີດຊອງ ປະມູນຂອງແຕ່ລະ ບໍລິສັດ ຢ່າງເປັນທາງການ ໂດຍຊ້ອງໜ້າຄະນະກຳມະການທີ່ກ່ຽວຂ້ອງທັງໝົດ.
ໃນກອງປະຊຸມຄະນະຮັບຜິດຊອບ ໄດ້ຜ່ານຜົນຂອງການກວດກາດ້ານເອກະສານຕ່າງໆ ໂດຍອີງຕາມເງື່ອນໄຂມາດຖານ ແລະ ລະບຽບຂອງການປະມູນ ທີ່ແຕ່ລະ ບໍລິສັດ ໄດ້ສະເໜີມາ ຜ່ານການກວດກາ, ຕີລາຄາດ້ານເອກະສານ ຂອງຄະນະກຳມະການເຫັນວ່າ: ບັນດາ ບໍລິສັດ ທີ່ຍື່ນຊອງປະມູນໂຄງການກໍ່ສ້າງ ສູນຝຶກອົບຮົມ ໄອຊີທີ ຂອງພະ ແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ບໍລິສັດທີ່ສະເໜີລາຄາຕ່ຳກວ່າໝູ່ ແລະ ມີມາດຖານເງື່ອນໄຂຄົບຖ້ວນ ແມ່ນບໍລິສັດ ເອັດສ໌ພີກຣຸບ ຈຳກັດຜູ້ດຽວ ໃນມູນຄ່າທີ່ສະເໜີແມ່ນ 30,727.01 ໂດລາສາຫະລັດ ເຊິ່ງມູນຄ່າດັ່ງກ່າວແມ່ນຕໍ່າກວ່າລາຄາກາງທີ່ໂຄງການອະນຸມັດ, ສະນັ້ນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບເລືອກເອົາບໍລິສັດ ເອັດສ໌ພີກຣຸບ ຈຳກັດຜູ້ດຽວ ເປັນຜູ້ທີ່ຊະນະການປະມູນ.
ພາບ-ຂ່າວ ນາງ ສຸນິດາ ສົມສີ